• ຄວາມປອດພັຍໃນທາງຖນົນຂອງອອສເຕຣເລັຍ
    Feb 26 2026
    ຫລາຍກວ່າ ພັນສາມຮ້ອຍຄົນ ໄດ້ເສັຍຊີວິດໃນຖນົນ ຂອງອອສເຕຣເລັຍ ໃນປີກາຍ, ໃນຕົ້ນປີ 2026 ບໍ່ໄດ້ສະແດງໃຫ້ເຫັນວ່າຈະດີຂຶ້ນ. ຜູ້ນໍາອຸດສະຫະກັມ ແລະຜູ້ສນັບສນູນຜູ້ເຄາະຮ້າຍ ໄດ້ຮຽກຮ້ອງ ໃຫ້ມີການກະທໍາຢ່າງຮີບດ່ວນ, ຈາກການອອກແບບຖນົນທີ່ປອດພັຍ ຈົນເຖິງການປ່ຽນແປງພຶດຕິກັມຂອງຜູ້ຂັບຣົດ ເພາະປະເທດນີ້ ກໍາລັງຫ່າງໄກຈາກເປົ້າຫມາຍ ທີ່ຈະຫລຸດຈໍານວນຜູ້ເສັຍຊີວິດ ລົງເຄິ່ງຫນຶ່ງໃນປີ 2030, ໃນຂນະທີ່ຄອບຄົວຍັງດໍາລົງຊີວິດ ຢູ່ກັບຜົນສະທ້ອນ ຂອງຄວາມເຈັບປວດ ໃນເສັ້ນທາງທຸກໆມື້.
    Mehr anzeigen Weniger anzeigen
    11 Min.
  • Your guide to using sunscreen in Australia - ຄໍາແນະນໍາ ໃນການໃຊ້ຢາທາກັນແດດ ໃນອອສເຕຣເລັຍ.
    Feb 26 2026
    Australia’s sun can be harsh. And sunscreen is one key measure protecting us against harmful sun exposure. We asked three scientists about sunscreen facts, myths and choosing the right products. - ແສງແດດຂອງອອສເຕຣເລັຍ ອາດຮຸນແຮງຫລາຍ. ແລະຢາທາກັນແດດ ເປັນມາດຕະການສໍາຄັນຢ່າງຫນຶ່ງ ທີ່ປົກປ້ອງເຮົາ ຈາກແສງແດດທີ່ເປັນອັນຕະຣາຍ. ພວກເຮົາ ໄດ້ຖາມນັກວິທະຍາສາດສາມຄົນ ກ່ຽວກັບຄວາມຈິງ ຂອງຢາທາກັນແດດ, ເລື້ອງເລົ່າຕ່າງໆ ແລະການເລືອກຜລິດພັນທີ່ເໝາະສົມ.
    Mehr anzeigen Weniger anzeigen
    13 Min.
  • ການຂ້າລ້າງເຜົ່າພັນໃນ Sudan
    Feb 26 2026
    ພາລະກິດຄົ້ນຫາຄວາມຈິງ (Fact-finding Mission) ຂອງສະຫະປະຊາຊາດ ໃນ Sudan ໄດ້ພົບວ່າ ການປິດລ້ອມເປັນເວລາ 18 ເດືອນ ແລະການຍຶດ El-Fasher ໃນເຂດ Darfur ໃນເດືອນຕຸລາທີ່ຜ່ານມາ ເປັນຫລັກຖານ ເຖິງການຂ້າລ້າງເຜົ່າພັນ (Genocide). ຜູ້ຊ່ຽວຊານ ໄດ້ຮຽກຮ້ອງໃຫ້ມີການຕອບຮັບທົ່ວໂລກ ທີ່ເຂັ້ມແຂງກວ່າເກົ່າ, ເພື່ອຢຸດຄວາມຮຸນແຮງ ຈາກການດໍາເນີນຕໍ່ໄປ.
    Mehr anzeigen Weniger anzeigen
    9 Min.
  • ການປ້ອງກັນການຈົມນ້ຳຕາຍ
    Feb 26 2026
    ການຈົມນ້ຳ ເປັນເຫດໃຫ້ຫລາຍໝື່ນຄົນຕາຍຕໍ່ປີ ໃນປະເທດອິນເດັຍ, ແລະໃນອອສເຕຣເລັຍ. ຜູ້ຊ່ຽວຊານກ່າວວ່າ ຊາວອິນເດັຍ ເປັນຫນຶ່ງໃນກຸ່ມທີ່ມີຈໍານວນຫລາຍເກີນໄປ ໃນການຈົມນ້ຳຕາຍ ໃນປະເທດ. ຜ່ານການແລກປ່ຽນຄວາມຄິດເຫັນ ແລະສ້າງຄວາມຮູ້ ທາງວັດທະນະທັມທີ່ເຂັ້ມແຂງຂຶ້ນ, ລະຫວ່າງ ຜູ້ຊ່ຽວຊານ ຂອງອອສເຕຣເລັຍ ແລະອິນເດັຍ ໃນທີ່ປະຊຸມ ໄດ້ຄົ້ນຄວ້າຫາວິທີໃຫມ່ທີ່ຍືນຍົງ ເພື່ອພັດທະນາຄວາມປອດພັຍທາງນ້ຳ.
    Mehr anzeigen Weniger anzeigen
    12 Min.
  • ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ Weekly Wrap 21 Feb 2026
    Feb 20 2026
    · ລັດຖະບານກາງຢືນຢັນວ່າ ຈະບໍ່ໃຫ້ການສະຫນັບສະຫນູນ ຄູ່ຜົວເມັຍແລະລູກໆ ຂອງນັກຮົບກຸ່ມ IS ໃຫ້ກັບບ້ານ. · ນັກຫລິ້ນສະກີແປດຄົນ ເສັຍຊີວິດ ຫລັງຈາກຫິມະຖລົ່ມ (Avalanche) ໃນ California. ແລະຂ່າວກິລາ · ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ.
    Mehr anzeigen Weniger anzeigen
    10 Min.
  • ຜູ້ເຄີຍມີສ່ວນກ່ຽວຂ້ອງກັບ IS ຖືກສົ່ງໂຕກັບ Syria.
    Feb 20 2026
    ຜູ້ຍິງ ແລະເດັກນ້ອຍ ຊາວອອສເຕຣເລັຍ ກຸ່ມສຸດທ້າຍ ທີ່ມີຄວາມກ່ຽວຂ້ອງກັບກຸ່ມ I-S ໄດ້ຖືກສົ່ງກັບຄືນໄປຫາຄ້າຍ Syria ຫລັງຈາກໄດ້ພະຍາຍາມກັບຄືນບ້ານ. ກຸ່ມນີ້ ໄດ້ອອກຈາກ al-Roj ຢູ່ພາກຕາເວັນອອກສ່ຽງເຫນືອ ຂອງປະເທດໃນຄືນນັ້ນ-ແຕ່ບັນຫາເລື່ອງການສື່ສານກັບ Damascus ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງກັບຄືນໄປທີ່ຄ້າຍ.
    Mehr anzeigen Weniger anzeigen
    8 Min.
  • ວັນຄົບຮອບ 60 ປີຂອງສະກຸນເງິນໂດລາ.
    Feb 20 2026
    ໃນວັນທີ 14 ກຸມພາ ປີ 1966, ຊາວອອສເຕຣເລັຍ ໄດ້ປະຖິ້ມ Pound, Shilling ແລະ Pence ມາໃຊ້ Dollar ແລະ Cent-ຊຶ່ງເປັນການປ່ຽນແປງທີ່ໃຫຍ່ທີ່ສຸດໃນປວັດສາດຂອງປະເທດ. ການເຄື່ອນໄຫວນີ້ ເຮັດໃຫ້ພວກເຮົາສອດຄ່ອງກັບໂລກເທົ່ານັ້ນ, ແຕ່ຍັງຊ່ອຍເຮັດໃຫ້ການຄ້າ ແລະທຸຣະກັມ (Transactions) ປະຈໍາວັນງ່າຍຂຶ້ນ.
    Mehr anzeigen Weniger anzeigen
    8 Min.
  • ຄວາມສຳພັນທີ່ສຳຄັນລະຫວ່າງ ຂົນໃນງວງຊ້າງ ແລະ ຫຸ່ນຍົນ.
    Feb 20 2026
    ນັກຄົ້ນຄວ້າໄດ້ພົບວ່າ ຫນວດຊ້າງຄ້າຍຄືກັບໜວດແມວ ເຊິ່ງແຕກຕ່າງຈາກຂົນທີ່ແຂງກະດ້າງຂອງໜູ. ຫນວດຊ້າງ ມີຖານແຂງ ທີ່ຄ່ອຍໆປ່ຽນໄປເປັນປາຍອ່ອນໆ ເຊິ່ງເຮັດໃຫ້ພວກມັນ ຖູຜ່ານວັດຖຸໄດ້ງ່າຍ ໂດຍບໍ່ເຮັດໃຫ້ຫນວດຫັກ. ພວກມັນ ຍັງສາມາດຊອກຫາ ແລະກິນອາຫານຫຼາຍຮ້ອຍກິໂລ ໃນແຕ່ລະມື້ ໂດຍບໍ່ທໍາລາຍຂົນທີ່ມີຄ່າເຫຼົ່ານີ້, ຊຶ່ງຈະບໍ່ງອກຄືນອີກ ຖ້າມັນຫັກ. ການຄົ້ນພົບນີ້ ອາດນຳໄປສູ່ການສ້າງ ຫຸ່ນຍົນ ທີ່ມີສະມັດຖະພາບທີ່ສູງກວ່າ, ຕາມຄວາມເຫັນຂອງນັກວິດທະຍາສາດ.
    Mehr anzeigen Weniger anzeigen
    7 Min.